ສະໝັກພະນັກງານ ພະແນກ ຄຸ້ມຄອງເຕັກນິກ ຈຳນວນ 12 ຕຳແໜ່ງ :

1. ພາກສ່ວນສະໜັບສະໜູນເຕັກນິກ ຈຳນວນ 02 ຕຳແໜ່ງ.

– ເພດຊາຍ ອາຍຸບໍ່ເກີນ 35 ປີ;

– ລະດັບການສຶກສາຈົບ ຊັ້ນສູງຂື້ນໄປ ທາງດ້ານ ເຕັກໂນໂລຊີຂໍ້ມູນຂ່າວສານ, ວິທະຍາສາດຄອມພິວເຕີ ຫຼື ວິສະວະກຳ;

– ສາມາດເວົ້າ ແລະ ຂຽນ ພາສາອັງກິດ ຫຼື ພາສາຈີນ ໄດ້ໃນລະດັບດີແມ່ນຈະພິຈາລະນາເປັນກໍລະນີພິເສດ;

– ໜ້າທີ່ຮັບຜິດຊອບ ການແກ້ໄຂບັນຫາໃຫ້ກັບລູກຄ້າ VIP; ວາງແຜນ, ອອກແບບ ແລະ ສະໜັບສະໜູນ Network ພາຍໃນຂອງລູກຄ້າ ແລະ ຊ່ວຍແກ້ໄຂບັນຫາຂອງລູກຄ້າ FTTH ຮ່ວມກັບ ອທອ ສາຂາ ແລະ ສາມາດປະຕິບັດວຽກກາງຄືນໄດ້.

2. ພາກສ່ວນ ອິນເຕີເນັດ ຈຳນວນ 01 ຕຳແໜ່ງ.

– ເພດຊາຍ ອາຍຸບໍ່ເກີນ 35 ປີ;

– ລະດັບການສຶກສາຈົບ ຊັ້ນປະລິນຍາຕຣີ ຂື້ນໄປ ທາງດ້ານ ວິສະວະກຳຂໍ້ມູນຂ່າວສານ;

– ສາມາດເວົ້າ ແລະ ຂຽນ ພາສາອັງກິດ ໄດ້ໃນລະດັບກາງຂື້ນໄປ;

– ໜ້າທີ່ຮັບຜິດຊອບ FTTX, Firewall, Core Network of Internet;

– ມີຄວາມສາມາດທາງດ້ານ Network ແລະ IT Basic Network, CCNA D1 to CCNA D4;

3. ພາກສ່ວນ ສູນກາງໂທລະສັບມືຖື ຈຳນວນ 01 ຕຳແໜ່ງ.

– ເພດຊາຍອາຍຸບໍ່ເກີນ 35 ປີ;

– ລະດັບການສຶກສາຈົບ ຊັ້ນສູງຂື້ນໄປທາງດ້ານ ວິສະວະກຳໂທລະຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ, ວິທະຍາສາດຄອມພິວເຕີ;

– ໜ້າທີ່ຮັບຜິດຊອບ ຄຸ້ມຄອງລະບົບເຄື່ອງສູນກາງໂທລະສັບມືຖື, ຄຸ້ມຄອງກວດກາບໍາລຸງຮັກສາ ແລະ ແກ້ໄຂບັນຫາລະບົບສູນກາງໂທລະສັບມືຖື, ສູນກາງໂທລະສັບຕັ້ງໂຕະ;

– ຖ້າມີປະສົບການທາງດ້ານວຽກງານ IT, Computer, ໂທລະຄົມ ຫຼື ເຄີຍຜ່ານການເຮັດວຽກກ່ຽວກັບລະບົບໂທລະສັບມືຖືມາ ກ່ອນຈະພິຈາລະນາເປັນກໍລະນີພິເສດ,ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ຮັບຜິດຊອບຂອງຕົນ, ສາມາດປະຕິບັດວຽກກາງຄືນໄດ້;

4. ພາກສ່ວນ ໄຟຟ້າ ຈຳນວນ 04 ຕຳແໜ່ງ

– ເພດຊາຍ ອາຍຸບໍ່ເກີນ 35 ປີ;

– ລະດັບການສຶກສາຈົບ ຊັ້ນສູງ ຂື້ນໄປ ທາງດ້ານ ເອເລັກໂຕຼນິກ ຫຼື ໄຟຟ້າ;

– ຮັບຜິດຊອບ ບຳລຸງຮັກສາ ແລະ ຕິດຕັ້ງ, ສ້ອມແປງລະບົບໄຟຟ້າ ແລະ ແອເຢັນ;

– ສາມາດເວົ້າ ແລະ ຂຽນ ພາສາອັງກິດ ຂັ້ນພື້ນຖານ;

– ສາມາດນຳໃຊ້ຄອມພິວເຕີຂັ້ນພື້ນຖານໄດ້;

– ສຸຂະພາບແຂງແຮງ ແລະ ມະນຸດສຳພັນດີ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ຮັບຜິດຊອບຂອງຕົນ.

– ມີປະສົບການເຮັດວຽກກ່ຽວກັບລະບົບໄຟຟ້າ ແລະ ແອເຢັນມາແລ້ວ ຈະພິຈາລະນາເປັນພິເສດ.

5. ພາກສ່ວນ ຄຸ້ມຄອງເຄືອຂ່າຍ ຈຳນວນ 02 ຕຳແໜ່ງ

– ເພດຊາຍ ອາຍຸບໍ່ເກີນ 35 ປີ;

– ລະດັບການສຶກສາຈົບ ຊັ້ນສູງ ຂື້ນໄປ ທາງດ້ານ ໂທລະຄົມ / ຄອມພິວເຕີ / ໄອທີ;

– ສາມາດເວົ້າ ແລະ ຂຽນ ພາສາອັງກິດ ລະດັບປານກາງ;

– ສາມາດນຳໃຊ້ຄອມພິວເຕີຂັ້ນພື້ນຖານໄດ້ດີ;

– ສຸຂະພາບແຂງແຮງ ແລະ ມະນຸດສຳພັນດີ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ຮັບຜິດຊອບຂອງຕົນ.

– ມີປະສົບການເຮັດວຽກກ່ຽວກັບລະບົບໂທລະຄົມ ຫຼື ຄອມພິວເຕີ ຈະພິຈາລະນາເປັນພິເສດ.

6. ພາກສ່ວນ ເຕັກນິກການບໍລິການ ຈຳນວນ 02 ຕຳແໜ່ງ

– ບໍ່ຈຳກັດເພດ, ອາຍຸບໍ່ເກີນ 35 ປີ;

– ລະດັບການສຶກສາຈົບ ຊັ້ນສູງ ຂຶ້ນໄປ ທາງດ້ານ ວິສະວະກຳໄຟຟ້າ, ເອເລັກໂຕຼນິກ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ (IT);

– ສາມາດເວົ້າ ແລະ ຂຽນ ພາສາອັງກິດ ໄດ້ໃນລະດັບກາງຂື້ນໄປ;

– ສາມາດນຳໃຊ້ຄອມພິວເຕີໄດ້ດີ

– ສາມາດປະຈຳການໄດ້ໃນຍາມກາງຄືນ, ມີໃຈຮັກໃນການບໍລິການລູກຄ້າ ແລະ ສາມາດອົດທົນຕໍ່ອາລົມຂອງລູກຄ້າໄດ້.

– ສຸຂະພາບແຂງແຮງ ແລະ ມະນຸດສຳພັນດີ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ຮັບຜິດຊອບຂອງຕົນ.

ຕິດຕໍ່ສອບຖາມພວກເຮົາ
issue
message
sms
whatsapp
line
wechat
email
Menu
Languages