1. ພະແນກ ຄຸ້ມຄອງເຕັກນິກ ຈຳນວນ 12 ຕຳແໜ່ງ :

  • ພາກສ່ວນສະໜັບສະໜູນເຕັກນິກ ຈຳນວນ 02 ຕຳແໜ່ງ.
    – ເພດຊາຍ ອາຍຸບໍ່ເກີນ 35 ປີ;

      – ລະດັບການສຶກສາຈົບ ຊັ້ນສູງຂື້ນໄປ ທາງດ້ານ ເຕັກໂນໂລຊີຂໍ້ມູນຂ່າວສານ, ວິທະຍາສາດຄອມພິວເຕີ ຫຼື ວິສະວະກຳ;

      – ສາມາດເວົ້າ ແລະ ຂຽນ ພາສາອັງກິດ ຫຼື ພາສາຈີນ ໄດ້ໃນລະດັບດີແມ່ນຈະພິຈາລະນາເປັນກໍລະນີພິເສດ;

      – ໜ້າທີ່ຮັບຜິດຊອບ ການແກ້ໄຂບັນຫາໃຫ້ກັບລູກຄ້າ VIP; ວາງແຜນ, ອອກແບບ ແລະ ສະໜັບສະໜູນ Network ພາຍໃນຂອງລູກຄ້າ ແລະ ຊ່ວຍແກ້ໄຂບັນຫາຂອງລູກຄ້າ FTTH ຮ່ວມກັບ ອທອ ສາຂາ ແລະ ສາມາດປະຕິບັດວຽກກາງຄືນໄດ້.

  • ພາກສ່ວນ ອິນເຕີເນັດ ຈຳນວນ 01 ຕຳແໜ່ງ.
    – ເພດຊາຍ ອາຍຸບໍ່ເກີນ 35 ປີ;

      – ລະດັບການສຶກສາຈົບ ຊັ້ນປະລິນຍາຕຣີ ຂື້ນໄປ ທາງດ້ານ ວິສະວະກຳຂໍ້ມູນຂ່າວສານ;

      – ສາມາດເວົ້າ ແລະ ຂຽນ ພາສາອັງກິດ ໄດ້ໃນລະດັບກາງຂື້ນໄປ;

      – ໜ້າທີ່ຮັບຜິດຊອບ FTTX, Firewall, Core Network of Internet;

      – ມີຄວາມສາມາດທາງດ້ານ Network ແລະ IT Basic Network, CCNA D1 to CCNA D4;

  • ພາກສ່ວນ ສູນກາງໂທລະສັບມືຖື ຈຳນວນ 01 ຕຳແໜ່ງ.
    – ເພດຊາຍອາຍຸບໍ່ເກີນ 35 ປີ;

      – ລະດັບການສຶກສາຈົບ ຊັ້ນສູງຂື້ນໄປທາງດ້ານ ວິສະວະກຳໂທລະຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ, ວິທະຍາສາດຄອມພິວເຕີ;

      – ໜ້າທີ່ຮັບຜິດຊອບ ຄຸ້ມຄອງລະບົບເຄື່ອງສູນກາງໂທລະສັບມືຖື, ຄຸ້ມຄອງກວດກາບໍາລຸງຮັກສາ ແລະ ແກ້ໄຂບັນຫາລະບົບສູນກາງໂທລະສັບມືຖື, ສູນກາງໂທລະສັບຕັ້ງໂຕະ;

      – ຖ້າມີປະສົບການທາງດ້ານວຽກງານ IT, Computer, ໂທລະຄົມ ຫຼື ເຄີຍຜ່ານການເຮັດວຽກກ່ຽວກັບລະບົບໂທລະສັບມືຖືມາ ກ່ອນຈະພິຈາລະນາເປັນກໍລະນີພິເສດ,ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ຮັບຜິດຊອບຂອງຕົນ, ສາມາດປະຕິບັດວຽກກາງຄືນໄດ້;

  • ພາກສ່ວນ ໄຟຟ້າ ຈຳນວນ 04 ຕຳແໜ່ງ
    – ເພດຊາຍ ອາຍຸບໍ່ເກີນ 35 ປີ;

      – ລະດັບການສຶກສາຈົບ ຊັ້ນສູງ ຂື້ນໄປ ທາງດ້ານ ເອເລັກໂຕຼນິກ ຫຼື ໄຟຟ້າ;

      – ຮັບຜິດຊອບ ບຳລຸງຮັກສາ ແລະ ຕິດຕັ້ງ, ສ້ອມແປງລະບົບໄຟຟ້າ ແລະ ແອເຢັນ;

      – ສາມາດເວົ້າ ແລະ ຂຽນ ພາສາອັງກິດ ຂັ້ນພື້ນຖານ;

      – ສາມາດນຳໃຊ້ຄອມພິວເຕີຂັ້ນພື້ນຖານໄດ້;

      – ສຸຂະພາບແຂງແຮງ ແລະ ມະນຸດສຳພັນດີ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ຮັບຜິດຊອບຂອງຕົນ.

      – ມີປະສົບການເຮັດວຽກກ່ຽວກັບລະບົບໄຟຟ້າ ແລະ ແອເຢັນມາແລ້ວ ຈະພິຈາລະນາເປັນພິເສດ.

  • ພາກສ່ວນ ຄຸ້ມຄອງເຄືອຂ່າຍ ຈຳນວນ 02 ຕຳແໜ່ງ
    – ເພດຊາຍ ອາຍຸບໍ່ເກີນ 35 ປີ;

      – ລະດັບການສຶກສາຈົບ ຊັ້ນສູງ ຂື້ນໄປ ທາງດ້ານ ໂທລະຄົມ / ຄອມພິວເຕີ / ໄອທີ;

      – ສາມາດເວົ້າ ແລະ ຂຽນ ພາສາອັງກິດ ລະດັບປານກາງ;

      – ສາມາດນຳໃຊ້ຄອມພິວເຕີຂັ້ນພື້ນຖານໄດ້ດີ;

      – ສຸຂະພາບແຂງແຮງ ແລະ ມະນຸດສຳພັນດີ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ຮັບຜິດຊອບຂອງຕົນ.

      – ມີປະສົບການເຮັດວຽກກ່ຽວກັບລະບົບໂທລະຄົມ ຫຼື ຄອມພິວເຕີ ຈະພິຈາລະນາເປັນພິເສດ.

  • ພາກສ່ວນ ເຕັກນິກການບໍລິການ ຈຳນວນ 02 ຕຳແໜ່ງ
    – ບໍ່ຈຳກັດເພດ, ອາຍຸບໍ່ເກີນ 35 ປີ;

      – ລະດັບການສຶກສາຈົບ ຊັ້ນສູງ ຂຶ້ນໄປ ທາງດ້ານ ວິສະວະກຳໄຟຟ້າ, ເອເລັກໂຕຼນິກ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ (IT);

      – ສາມາດເວົ້າ ແລະ ຂຽນ ພາສາອັງກິດ ໄດ້ໃນລະດັບກາງຂື້ນໄປ;

      – ສາມາດນຳໃຊ້ຄອມພິວເຕີໄດ້ດີ

      –  ສາມາດປະຈຳການໄດ້ໃນຍາມກາງຄືນ/ກາງເວັ້ນໄດ້, ມີໃຈຮັກໃນການບໍລິການລູກຄ້າ ແລະ ສາມາດອົດທົນຕໍ່ອາລົມຂອງລູກຄ້າໄດ້.

      – ສຸຂະພາບແຂງແຮງ ແລະ ມະນຸດສຳພັນດີ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ຮັບຜິດຊອບຂອງຕົນ.

2. ພະແນກ ການຕະຫຼາດ ຈຳນວນ 03 ຕຳແໜ່ງ:

  • ຕຳແໜ່ງວຽກງານ ໂຄສະນາ ຈຳນວນ 01 ຕຳແໜ່ງ.

      – ບໍ່ຈຳກັດເພດ, ອາຍຸ ປະມານ 22-35 ປີ;
      – ຈົບຊັ້ນສູງ ຫຼື ປະລິນຍາຕີ ຂຶ້ນໄປ ສາຂາ ໄອທີ, ຄອມພີວເຕີ, ການຕະຫຼາດ;
      – ສາມາດນຳໃຊ້ ລະບົບຄອມພີວເຕີ ເຊັ່ນ : Word, Excel ໄດ້ດີ ແລະ ສາມາດເວົ້າ, ອ່ານ, ຂຽນ ພາສາຈີນ ຫຼື ພາສາອັງກິດໄດ້.
      – ໜ້າທີ່ຮັບຜິດຊອບວຽກງານວາງແຜນໂຄສະນາ, ສື່ Online, ສ້າງ Content ມີຄວາມຄິດສ້າງສັນໃນການສ້າງ Content ໃໝ່ໆ;
      – ມີມະນຸດສຳພັນດີ, ມີຄວາມຫ້າວຫັນ ແລະ ຄວາມຮັບຜິດຊອບສູງຕໍ່ວຽກທີ່ປະຕິບັດ, ສາມາດເຮັດວຽກເປັນທີມໄດ້, ມີປະສົບການ ດ້ານການບໍລິການ ແລະ ດ້ານໂຄສະນາ ມາກ່ອນຈະພິຈາລະນາເປັນພິເສດ ແລະ ສາມາດເຮັດວຽກເຕັມເວລາໃນໂມງລັດຖະການໄດ້;

  • ຕຳແໜ່ງອອກແບບສື່ໂຄສະນາ (Graphic Design) ຈຳນວນ 02 ຕຳແໜ່ງ.
    – ບໍ່ຈຳກັດເພດ, ອາຍຸບໍ່ເກີນ 35 ປີ;
    – ຈົບຊັ້ນສູງ ຫລື ປະລິນຍາຕີ ສາຂາທີ່ກ່ຽວຂ້ອງ (ມີໃບຢັ້ງຢືນກ່ຽວກັບການອອກແບບໂດຍສະເພາະ);
    – ໜ້າທີ່ຮັບຜິດຊອບ ມີຄວາມເຂົ້າໃຈກ່ຽວກັບ ສີລະປະ ແລະ ການອອກແບບ, ການສ້າງແບຣນດິ້ງ, ການສ້າງອັດຕະລັກອົງກອນ ການປະຊາສໍາພັນ ແລະ ການຕະຫຼາດ, ມີປະສົບການໃນການອອກແບບດ້ານວຽກງານໂທລະຄົມ ຈະພິຈາລະນາເປັນພິເສດ;
    – ຮູ້ນຳໃຊ້ເຄື່ອງມືອອກແບບ ໂປຼຣແກຼມ ໄດ້ເປັນຢ່າງດີເຊັ່ນ: illustrator, Photoshop, MS office & Sketch Up 3D and Premiere Pro, After Effec;
    – ມີຄວາມສາມາດໃນການສ້າງສັນ ແລະ ການສື່ສານທີ່ດີເລີດ ແລະ ຖ້າມີປະສົບການ 2 ປີຂຶ້ນໄປ (ຈະພິຈາລະນາເປັນພິເສດ).
    – ມີມະນຸດສຳພັນດີ, ມີຄວາມຫ້າວຫັນ ແລະ ຄວາມຮັບຜິດຊອບສູງຕໍ່ວຽກທີ່ປະຕິບັດ, ສາມາດເຮັດວຽກເປັນທີມໄດ້ ແລະ ສາມາດເຮັດວຽກເຕັມເວລາໃນໂມງລັດຖະການໄດ້.

3. ພະແນກ ສະໜັບສະໜູນທຸລະກິດ ຈຳນວນ 03 ຕຳແໜ່ງ:

      – ບໍ່ຈຳກັດເພດ ແລະ ອາຍຸ ບໍ່ເກີນ 35 ປີ;
      – ລະດັບການສຶກສາຈົບ ຊັ້ນສູງ ຫຼື ປະລິນຍາຕຣີ ທາງດ້ານ ຄອມພິວເຕີ / ເຕັກໂນໂລຊີຂໍ້ມູນຂ່າວສານ ຫຼື ສາຂາທີ່ກ່ຽວຂ້ອງ;
      – ມີຄວາມຮູ້ດ້ານການພັດທະນາ Mobile Application (Android/IOS) ພາສາໃດໜື່ງ ເຊັ່ນ Flutter;
      – ມີຄວາມຮູ້ດ້ານການ ພັດທະນາ Web Application ດ້ວຍພາສາ PHP ຫຼື NodeJS;
      – ມີຄວາມຮູ້ໃນດ້ານຖານຂໍ້ມູນ (Database), ຄໍາສັ່ງ SQL query ຕ່າງໆ, ມີຄວາມຮູ້ພື້ນຖານດ້ານເຄືອຂ່າຍ (Network) ແລະ ມີຄວາມຮູ້ພື້ນຖານດ້ານລະບົບປະຕິບັດການ Windows, Linux;
      – ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ຮັບຜິດຊອບຂອງຕົນ ແລະ ສາມາດເຮັດວຽກລ່ວງເວລາ ໃນວັນພັກ ຫຼື ທ່ຽງຄືນໄດ້.

4. ພະແນກ ຊັບພະຍາກອນມະນຸດ (HR) ຈຳນວນ 01 ຕຳແໜ່ງ :

      – ບໍ່ຈຳກັດເພດ, ອາຍຸບໍ່ເກີນ 35 ປີ;
      – ລະດັບການສຶກສາຈົບ ຊັ້ນສູງ ຂື້ນໄປ ທາງດ້ານ ເຕັກໂນໂລຊີຂໍ້ມູນຂ່າວສານ (IT), ວິທະຍາສາດຄອມພິວເຕີ ຫຼື ວິສະວະກຳ Computer Network;
      – ໜ້າທີ່ຮັບຜິດຊອບ ຄິດໄລ່ຄ່າຕອບແທນປະຈຳເດືອນ ແລະ ວຽກງານການປະເມີນຕ່າງໆເປັນຕົ້ນ …….
      – ສຸຂະພາບແຂງແຮງ ແລະ ມະນຸດສຳພັນດີ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ຮັບຜິດຊອບຂອງຕົນ.

ຕິດຕໍ່ສອບຖາມພວກເຮົາ
issue
message
sms
whatsapp
line
wechat
email
Menu
Languages