ບົດຂ່າວ: ກອງປະຊຸມໃຫ່ຍສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານ ບໍລິສັດ ອີທີແອລ ຈໍາກັດ ສໍາເລັດລົງຢ່າງຈົບງາມ ວັນທີ 20/03/2025

ບົດຂ່າວ: ກອງປະຊຸມໃຫ່ຍສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານ ບໍລິສັດ
ອີທີແອລ ຈໍາກັດ ສໍາເລັດລົງຢ່າງຈົບງາມ
———————————————————
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານ ບໍລິສັດ ອີທີແອລ ຈໍາກັດ (ອທອ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ໄຂຂື້ນຢ່າງເປັນ ທາງການ ໃນຕອນເຊົ້າວັນທີ 20 ມີນາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ ສະຖາບັນເຕັກໂນໂລ ຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ. ໂດຍໃຫ້ກຽດເຂົ້າ ຮ່ວມເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ ກຕສ, ສະຫາຍ ສະຫວັນ ລາດສະດີ ກໍາມະການຄະນະພັກກະຊວງ ຕສ, ເລຂາຄະນະ ພັກຮາກຖານ ບໍລິສັດ ອີທີແອລ ຈໍາກັດ, ມີຄະນະປະຈໍາພັກກະຊວງ, ເລຂາໜ່ວຍພັກຮາກຖານ, ຄະນະພັກຮາກຖານ ທົ່ວອົງຄະນະພັກກະຊວງ ແລະ 3 ອົງການຈັດຕັ້ງມະຫາຊົນ ກະຊວງ ຕສ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສໍາຮອງ ຂອງຄະນະພັກຮາກຖານ ບໍລິສັດ ອີທີແອລ ຈໍາກັດ ເຂົ້າຮ່ວມທັງໝົດ 121 ສະຫາຍ.
ໃນກອງປະຊຸມ ສະຫາຍ ສະຫວັນ ລາດສະດີ ກໍາມະການຄະນະພັກກະຊວງ, ເລຂາຄະນະ ພັກຮາກຖານ ບໍລິສັດ ອີທີແອລ ຈໍາກັດ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ. ຫຼັງຈາກນັ້ນ, ຄະນະພັກຮາກຖານ ກໍ່ໄດ້ຂຶ້ນຜ່ານ “ຮ່າງ” ບົດລາຍງານການເມືອງ, ແຜນພັດທະນາຂະແໜງການ ແລະ ບົດສໍາຫຼວດການນໍາພາ ລວມ ຂອງຄະນະພັກຮາກຖານ ຊຶ່ງໄດ້ ຍົກໃຫ້ເຫັນດ້ານດີ ທີ່ເປັນຜົນງານ, ດ້ານອ່ອນ, ສາຍເຫດ ແລະ ບົດຮຽນ ທີ່ຖອດຖອນໄດ້ ໃນການນໍາພາ-ຊີ້ນໍາ ຂອງຄະນະພັກຮາກຖານ ຕະຫຼອດໄລຍະ 5 ປີ ທີ່ຜ່ານມາ ຄະນະພັກຮາກຖານ ໄດ້ເອົາໃຈໃສ່ເປັນເຈົ້າການນໍາພາ-ຊີ້ນໍາ ປະກອບສ່ວນຢ່າງຕັ້ງໜ້າ ແລະ ເຊີດຊູ ຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ການເມືອງ ຂອງຄະນະພັກ ຮາກຖານ ໃນການປັບປຸງ, ກໍ່ສ້າງບຸກຄະລາກອນ, ຈັດຕັ້ງນໍາພາວຽກງານຮອບດ້ານ ເຊັ່ນ: ດ້ານການເມືອງ-ແນວຄິດ, ວຽກປ້ອງກັນພາຍໃນພັກ, ວຽກງານກໍ່ສ້າງພັກ, ນໍາພາ-ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ພາຍໃນບໍລິສັດ, ກໍ່ສ້າງໜ່ວຍພັກ ໃຫ້ມີ ຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ນໍາພາຈັດຕັ້ງປະຕິບັດ ວຽກງານວິຊາສະເພາະ ພ້ອມທັງເປັນເສນາທິການໃຫ້ແກ່ຄະນະພັກກະຊວງ ຕສ ຕໍ່ການດຳເນີນທຸລະກິດ ຂອງບໍລິສັດ, ເຄື່ອນໄຫວຢ່າງປະດິດສ້າງເພື່ອໃຫ້ສອດຄ່ອງກັບສະພາບການປ່ຽນແປງໃນແຕ່ລະໄລຍະ. ຄະນະພັກຮາກຖານໄດ້ນໍາພາ-ຊີ້ນໍາວຽກງານກໍ່ສ້າງໜ່ວຍພັກສາມາດຮັກສາໄດ້ ນາມມະຍົດເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄື: ປີ 2019 ໄດ້ 4 ໜ່ວຍພັກ, ປີ 2020 ໄດ້ 6 ໜ່ວຍພັກ, ປີ 2021 ໄດ້ 7 ໜ່ວຍພັກ, ປີ 2022 ໄດ້ 5 ໜ່ວຍພັກ ແລະ ປີ 2023 ໄດ້ 7 ໜ່ວຍພັກ; ສາມາດຂະຫຍາຍມະຫາຊົນ ກ້າວໜ້າເຂົ້າເປັນສະມາຊິກພັກ ໄດ້ ທັງໝົດ 52 ສະຫາຍ, ຍິງ 19 ສະຫາຍ. ພ້ອມນັ້ນ, ກໍ່ໄດ້ນໍາພາປະຕິບັດ ວຽກງານວິຊາສະເພາະ ໂດຍໄດ້ເນັ້ນໃສ່ການຮັກສາລູກຄ້າເກົ່າ ແລະ ຂະຫຍາຍລູກຄ້າໃໝ່, ສັງລວມແລ້ວ ໃນໄລຍະ 5 ປີ ຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະພັກຮາກຖານ ອທອ ແມ່ນໄດ້ມີຜົນສໍາເລັດ ໃນຫຼາຍດ້ານ. ພ້ອມກັນນັ້ນ, ກໍ່ໄດ້ກໍານົດທິດທາງແຜນການ ໃນໄລຍະ ອີກ 5 ປີ ຂ້າງໜ້າ.
ໃນໂອກາດດັ່ງກ່າວ, ບັນດາສະຫາຍສະມາຊິກພັກສົມບູນ ກໍ່ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາ ຄະນະພັກຮາກຖານຊຸດໃໝ່ ເຊີ່ງມີຜູ້ອອກສະໝັກ ຮັບເລືອກຕັ້ງ 9 ສະຫາຍ, ເລືອກເອົາ 7 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນ ເອກະສັນເລືອກເອົາ:
- ສະຫາຍ ສະຫວັນ ລາດສະດີ ເປັນເລຂາຄະນະພັກຮາກຖານ
- ສະຫາຍ ວັດທະນາ ວົງເທວັນ ເປັນຮອງເລຂາຄະນະພັກຮາກຖານ
- ສະຫາຍ ໄຊສະຫງ່າ ບຸນນະຜົນ ເປັນປະທານກວດກາພັກ
- ສະຫາຍ ບຸນຄໍ້າ ຄະລືສີ ເປັນຮອງປະທານກວດກາພັກ
- ສະຫາຍ ນາງ ມີ່ງມາລາ ຂຽວວົງພະຈັນ ເປັນກໍາມະການ
- ສະຫາຍ ໄຊສົມໝາຍ ສໍສໍາພັນໄຊ ເປັນກໍາມະການ
- ສະຫາຍ ຈິດສະຫວາດ ແກ້ວປະເສີດ ເປັນກໍາມະການ
ພ້ອມກັນນັ້ນ, ຍັງໄດ້ປ່ອນບັດຄັດເລືອກ ເອົາຜູ້ແທນສົມບູນ 17 ສະຫາຍ ແລະ ຜູ້ແທນສໍາຮອງ 5 ສະຫາຍ ເພື່ອເຂົ້າຮ່ວມກອງ ປະຊຸມໃຫຍ່ຜູ້ແທນ ສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ.
ຕອນທ້າຍຂອງກອງປະຊຸມ ຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຊີ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ ພ້ອມທັງໄດ້ສະແດງ ຄວາມເປັນຫ່ວງເປັນໄຍຕໍ່ວຽກງານຂອງຄະນະພັກຮາກຖານ ກໍ່ຄືການດຳເນີນທຸລະກິດ ຂອງບໍລິສັດ ອີທີແອລ ຈໍາກັດ, ພ້ອມນີ້ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ ຄະນະພັກຮາກຖານ, ບັນດາສະຫາຍສະມາຊິກພັກ ແລະ ພະນັກງານ ທົ່ວຄະນະພັກຮາກຖານ ອທອ ຈົ່ງເຊີດຊູສະຕິ ແລະ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງຂອງຕົນ, ປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກ ໃຫ້ມີການຫັນປ່ຽນໃໝ່ ຢ່າງຕັ້ງໜ້າ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານ ພາຍໃນບໍລິສັດ ຄະນະພັກ ຕ້ອງເປັນຜູ້ວາງນະໂຍບາຍ ແລະ ນໍາພາການຈັດຕັ້ງປະຕິບັດແຜນວຽກຕົວຈິງເພື່ອນໍາພາວຽກງານໃຫ້ມີ ຄວາມເຂັ້ມແຂງພ້ອມທັງມີຜົນສໍາເລັດອັນໃໝ່ ເພີ່ມທະວີຄວາມສາມັັກຄີເປັນປຶກແຜ່ນ ແໜ້ນໜາ, ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມຂອງພັກປະຊາຊົນປະຕິວັດລາວໃຫ້ສູງຂຶ້ນ, ເປັນກໍາລັງແຮງຂັບ ເຄື່ອນໃນການຫັນເປັນດິຈິຕອນຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກ ກະຊວງ ຕສ ທີ່ຈະມາເຖິງນີ້ ໃຫ້ປະກົດຜົນເປັນຈິງ ຢ່າງສະຫງ່າງາມ.




ກອງປະຊຸມຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນ ຄຳສັ່ງ, ຄຳແນະນຳ, ມະຕິ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ. ຄະນະພັກຮາກຖານ ບໍລິສັດ ອີທີແອລ ຈຳກັດ, ຄັ້ງວັນທີ 30 ພະຈິກ 2023.

ພິທີເຊັນສັນຍາຄວາມເຂົ້າໃຈ (MOU) ການຮ່ວມມືພັດທະນາດ້ານເຕັກໂນໂລຊີ ແລະ ການຕະຫຼາດລະຫວ່າງບໍລິສັດ ອີທີແອລ ຈໍາກັດ ແລະ ບໍລິສັດ KLS ຈໍາກັດຜູ້ດຽວ.



ພິທີເຊັນສັນຍາຄວາມເຂົ້າໃຈ (MOU) ການຮ່ວມມືພັດທະນາດ້ານເຕັກໂນໂລຊີ ແລະ ການຕະຫຼາດລະຫວ່າງບໍລິສັດ ອີທີແອລ ຈໍາກັດ ແລະ ບໍລິສັດ KLS ຈໍາກັດຜູ້ດຽວ ຈັດຂຶ້ນວັນທີ 20 ກັນຍາ 2023 ທີ່ສຳນັກງານໃຫຍ່ບໍລິສັດ ອີທີແອລ ຈໍາກັດ ໂດຍການລົງນາມຂອງທ່ານ ຮວງ ສູຢຸນ ຜູ້ອໍານວຍການໃຫຍ່ບໍລິສັດ ອີທີແອລ ຈໍາກັດ ແລະ ທ່ານ ອານຸສິດ ກຸນລາວົງ CEO ບໍລິສັດ KLS ຈໍາກັດຜູ້ດຽວ ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ຮວງ ສູຢຸນ ກ່າວໃຫ້ຮູ້ວ່າ: ບໍລິສັດ ອີທີແອລ ໄດ້ມີການພັດທະນາກ້າວໜ້າຢ່າງຕໍ່ເນື່ອງ ປັດຈຸບັນບໍລິສັດມີ 18 ສາຂາ ພ້ອມທັງມີເຄຶອຂ່າຍ 4,5 G ຄວບຄຸມໃນທົ່ວປະເທດ ສະນັ້ນການເຊັນສັນຍາຮ່ວມມືລະຫວ່າງບໍລິສັດ ອີທີແອລ ຈໍາກັດ ແລະ ບໍລິສັດ KLS ຈໍາກັດຜູ້ດຽວຄັ້ງນີ້ເປັນການສ້າງພື້ນຖານທີ່ເຂັ້ມແຂງໃນການຮ່ວມມືລະຫວ່າງສອງບໍລິສັດ ໂດຍບໍລິສັດ KLS ຈໍາກັດຜູ້ດຽວ ໄດ້ສ້າງແອັບຂຶ້ນມາ ເຊິ່ງເປັນແອັບຂອງຄົນລາວ 100% ແລະ ບໍລິສັດ ອີທີແອລ ພ້ອມໃຫ້ການສະໜັບສະໜູນເພື່ອສ້າງພື້ນຖານທີ່ເຂັ້ມແຂງໃນການພັດທະນາດ້ານການຕະຫຼາດ.
ທ່ານ ອານຸສິດ ກຸນລາວົງ ກ່າວໃຫ້ຮູ້ຕື່ມອີກວ່າ: ການຮ່ວມມືທັງສອງບໍລິສັດຄັ້ງນີ້ຈະກາຍເປັນຈຸດເຊື່ອມໂຍງທາງດ້ານຂໍ້ມູນຂ່າວສານ ເພື່ອຕອບສະໜອງໃຫ້ກັບບັນດາຫົວໜ່ວຍທຸລະກິດຕ່າງໆທັງພາກລັດ ແລະ ເອກະຊົນໃນລາວ ລວມເຖິງທັງພາກພື້ນ ແລະ ສາກົນ ພ້ອມນັ້ນຍັງເປັນການສົ່ງເສີມເສດຖະກິດສັງຄົມ ເຕັກໂນໂລຊີ ການຄ້າ ການລົງທຶນ ແລະ ສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນລາວ ເຊິ່ງຂອບເຂດການຮ່ວມມືປະກອບມີ ການຮ່ວມມືດ້ານ content ແລະ Esport ຮ່ວມມີດ້ານ IDC/CDN ແລະ ການຮ່ວມມືດ້ານ CO-Marketing.




