ສະໝັກພະນັກງານ ພະແນກ ການຕະຫຼາດ ຈຳນວນ 03 ຕຳແໜ່ງ 

1. ຕຳແໜ່ງວຽກງານ ໂຄສະນາ ຈຳນວນ 01 ຕຳແໜ່ງ.


– ບໍ່ຈຳກັດເພດ, ອາຍຸ ປະມານ 22-35 ປີ;
– ຈົບຊັ້ນສູງ ຫຼື ປະລິນຍາຕີ ຂຶ້ນໄປ ສາຂາ ໄອທີ, ຄອມພີວເຕີ, ການຕະຫຼາດ;
– ສາມາດນຳໃຊ້ ລະບົບຄອມພີວເຕີ ເຊັ່ນ : Word, Excel ໄດ້ດີ ແລະ ສາມາດເວົ້າ, ອ່ານ, ຂຽນ ພາສາຈີນ ຫຼື ພາສາອັງກິດໄດ້.
– ໜ້າທີ່ຮັບຜິດຊອບວຽກງານວາງແຜນໂຄສະນາ, ສື່ Online, ສ້າງ Content ມີຄວາມຄິດສ້າງສັນໃນການສ້າງ Content ໃໝ່ໆ;
– ມີມະນຸດສຳພັນດີ, ມີຄວາມຫ້າວຫັນ ແລະ ຄວາມຮັບຜິດຊອບສູງຕໍ່ວຽກທີ່ປະຕິບັດ, ສາມາດເຮັດວຽກເປັນທີມໄດ້, ມີປະສົບການ ດ້ານການບໍລິການ ແລະ ດ້ານໂຄສະນາ ມາກ່ອນຈະພິຈາລະນາເປັນພິເສດ ແລະ ສາມາດເຮັດວຽກເຕັມເວລາໃນໂມງລັດຖະການໄດ້;

2. ຕຳແໜ່ງອອກແບບສື່ໂຄສະນາ (Graphic Design) ຈຳນວນ 02 ຕຳແໜ່ງ.

– ບໍ່ຈຳກັດເພດ, ອາຍຸບໍ່ເກີນ 35 ປີ;
– ຈົບຊັ້ນສູງ ຫລື ປະລິນຍາຕີ ສາຂາທີ່ກ່ຽວຂ້ອງ (ມີໃບຢັ້ງຢືນກ່ຽວກັບການອອກແບບໂດຍສະເພາະ);
– ໜ້າທີ່ຮັບຜິດຊອບ ມີຄວາມເຂົ້າໃຈກ່ຽວກັບ ສີລະປະ ແລະ ການອອກແບບ, ການສ້າງແບຣນດິ້ງ, ການສ້າງອັດຕະລັກອົງກອນ ການປະຊາສໍາພັນ ແລະ ການຕະຫຼາດ, ມີປະສົບການໃນການອອກແບບດ້ານວຽກງານໂທລະຄົມ ຈະພິຈາລະນາເປັນພິເສດ;
– ຮູ້ນຳໃຊ້ເຄື່ອງມືອອກແບບ ໂປຼຣແກຼມ ໄດ້ເປັນຢ່າງດີເຊັ່ນ: illustrator, Photoshop, MS office & Sketch Up 3D and Premiere Pro, After Effec;
– ມີຄວາມສາມາດໃນການສ້າງສັນ ແລະ ການສື່ສານທີ່ດີເລີດ ແລະ ຖ້າມີປະສົບການ 2 ປີຂຶ້ນໄປ (ຈະພິຈາລະນາເປັນພິເສດ).
– ມີມະນຸດສຳພັນດີ, ມີຄວາມຫ້າວຫັນ ແລະ ຄວາມຮັບຜິດຊອບສູງຕໍ່ວຽກທີ່ປະຕິບັດ, ສາມາດເຮັດວຽກເປັນທີມໄດ້ ແລະ ສາມາດເຮັດວຽກເຕັມເວລາໃນໂມງລັດຖະການໄດ້.

ຕິດຕໍ່ສອບຖາມພວກເຮົາ
issue
message
sms
whatsapp
line
wechat
email
Menu
Languages